http://lao.voanews5aitmne6gs2btokcacixclgfl43cv27sirgbauyyjylwpdtqd.onion/a/launch-a-restaurant-business-abroad/7137371.html
ສະນັ້ນ, ການກໍານົດເວລາໃນການເປີດຮ້ານ ກໍເປັນສິ່ງສໍາຄັນເຊັ່ນກັນ ໂດຍທ່ານຄໍາໄມກ່າວວ່າ: ຍາມຮ້ອນຄົນອອກມາຫຼາຍ ດັ່ງນັ້ນ ເພິ່ນຈະເປີດຮ້ານທຸກໆມື້ ແຕ່ 12 ໂມງຕອນສວາຍ ຫາ 10 ໂມງແລງ, ສ່ວນຍາມໜາວ ຈະເປີດແຕ່ 4 ໂມງ ຫາ 10 ໂມງແລງ. ແນວໃດກໍຕາມ, ການປັບລົດຊາດໃຫ້ຖືກປາກລູກຄ້າ ຄືສິ່ງສໍາຄັນຫຼັກເຊັ່ນກັນ ເຊິ່ງອາຫານທີ່ລູກຄ້ານິຍົມຫຼາຍ ຈະເປັນອາຫານປະເພດຊຸດດັ່ງທີ່ຜູ້ປະກອບການກ່າວດັ່ງນີ້: “ສ່ວນຫຼາຍກະເປັນໄກ່ຜັດເມັດໝາກໝ່ວງ, ແກງຂຽວຫວານຈັ່ງຊິ, ພວກຍໍາເນື້ອບໍຈັ່ງຊິ ກໍຂາຍດີຄືກັນ, ຕໍາໝາກຫຸ່ງກະຂາຍດີເດະ.”