http://lao.voanews5aitmne6gs2btokcacixclgfl43cv27sirgbauyyjylwpdtqd.onion/a/lao-today-chinese-businessmen-take-over-laos-private-businesses-along-with-railway/7140308.html
ໄພຈິດ ວິບຸນທະນະສານ ຮອງປະທານ ແລະເລຂາທິການຫໍການຄ້າໄທ ໃນຈີນ ໃຫ້ທັດສະນະວ່າ ການເປັນຮຸ້ນສ່ວນຍຸດທະສາດ ແລະຄູ່ຮ່ວມຊະຕາກຳໃນການພັດທະນາຢ່າງຮອບດ້ານລະຫວ່າງລາວກັບຈີນ ໂດຍທີ່ລັດຖະບານຂອງທັງ 2 ປະເທດໄດ້ຈັດຕັ້ງປະຕິບັດແຜນແມ່ບົດການຮ່ວມມືລະຫວ່າງກັນ ນັບແຕ່ປີ 2016 ເປັນຕົ້ນມາ ຖືເປັນປັດໄຈສຳຄັນ ທີ່ເຮັດໃຫ້ຈີນກາຍເປັນຜູ້ລົງທຶນທີີ່ມີມູນຄ່າສູງສຸດໃນລາວ ໂດຍສະເພາະແມ່ນການລົງທຶນໃນຕະຫລອດແລວທາງລົດໄຟລາວຈີນໃນລາວນັ້ນ ກໍຄືເຂດທີ່ມີການລົງທຶນຂອງຈີນ ເພີ້ມຂຶ້ນຫລາຍທີ່ສຸດ ເພາະວ່າລັດຖະບານລາວໄດ້ອະນຸຍາດໃຫ້ບັນດາບໍລິສັດຈີນ...