http://lao.voanews5aitmne6gs2btokcacixclgfl43cv27sirgbauyyjylwpdtqd.onion/a/lao-gov-land-concession-revenues-are-10-times-lower-than-its-actually-are/7119972.html
ທັງນີ້ລັດຖະບານລາວຄາດວ່າຈະມີລາຍຮັບຈາກການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ທາດຫຼາຍກວ່າ 1,000 ລ້ານໂດລາສຳລັບນຳໃຊ້ໃນການຊໍາລະໜີ້ຕ່າງປະເທດໃນປີ 2025 ໂດຍລັດຖະບານລາວກໍໄດ້ທົດລອງອະນຸຍາດສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃຫ້ກັບ 50 ບໍລິສັດຈາກ ຈີນ ເມື່ອປີ 2022 ທີ່ຜ່ານມາຊຶ່ງເຮັດໃຫ້ລັດຖະບານລາວມີລາຍຮັບໃນມູນຄ່າລວມ 100 ລ້ານໂດລາ ສ່ວນບັນດາບໍລິສັດຈາກ ຈີນ ທີ່ໄດ້ຮັບອະນຸຍາດສຳປະທານດັ່ງກ່າວກໍໄດ້ຂຸດຄົ້ນແຮ່ເຫຼັກສົ່ງໄປ ຈີນ ແລ້ວຫຼາຍກວ່າ 1 ລ້ານໂຕນໃນປີ 2022 ທີ່ຜ່ານມາ.